ມຸ່ງສູ່ຄວາມເປັນເອກະລາດທາງດິຈິຕອນ, ສ້າງລະບົບນິເວດອອນລາຍທີ່ທັນສະໄໝ ແລະ ຍືນຍົງ ເພື່ອຊາວໜຸ່ມລາວ.
ປະຊຸມປຶກສາຫາລື, ລົງນາມສັນຍາຮ່ວມມື, ແຕ່ງຕັ້ງຄະນະຮັບຜິດຊອບຮ່ວມ (Joint Working Committee), ຮັບຮອງແຜນ Roadmap ພ້ອມທັງອອກຂໍ້ຕົກລົງ ແລະ ນິຕິກຳຕ່າງໆ ເພື່ອເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການຢ່າງເປັນທາງການ.
ພັດທະນາຖານຂໍ້ມູນ, ອອກບັດສະມາຊິກແບບດິຈິຕອນ (Digital ID Card) ແລະ ລະບົບຄຸ້ມຄອງ ມອບໃຫ້ຄະນະຊາວໜຸ່ມນຳໃຊ້ເຂົ້າໃນວຽກງານ ໂດຍບໍ່ຄິດຄ່າໃຊ້ຈ່າຍ.
ເປີດຕົວແອັບພລິເຄຊັນລວມສູນ (Super App) ພ້ອມລະບົບກະເປົາເງິນອອນລາຍ, ເຊື່ອມໂຍງຖານຜູ້ໃຊ້ງານຈາກລະບົບສະມາຊິກ ເພື່ອເຂົ້າເຖິງສິດທິພິເສດຕ່າງໆ.
ສ້າງຄວາມເປັນເອກະລາດທາງດິຈິຕອນ ປົກປ້ອງອະທິປະໄຕຂໍ້ມູນຊາດ:
ສ້າງຕະຫຼາດອອນລາຍຊື້-ຂາຍສິນຄ້າພາຍໃນປະເທດ. ຊຸກຍູ້ທຸລະກິດຂະໜາດນ້ອຍ, ສົ່ງເສີມສິນຄ້າລາວ ແລະ ສະກັດກັ້ນການຮົ່ວໄຫຼຂອງເງິນຕາອອກນອກປະເທດ.
ບໍລິການດ້ານການເດີນທາງ ແລະ ການທ່ອງທ່ຽວແບບຄົບວົງຈອນໃນແອັບດຽວ:
ລະບົບຈັບຄູ່ການຈ້າງງານ ແລະ ເອີ້ນໃຊ້ບໍລິການນາຍຊ່າງມືອາຊີບ:
ບໍລິການຮັບ-ສົ່ງເຄື່ອງ ແລະ ອາຫານທີ່ວ່ອງໄວ, ປອດໄພ ເຖິງໜ້າບ້ານ:
ບໍລິການຕອບໂຈດຊີວິດປະຈຳວັນຂອງຄົນຍຸກໃໝ່:
ລາຍຮັບທີ່ເກີດຂຶ້ນຈາກການບໍລິການໃນ Platform ຈະຖືກນຳມາແບ່ງປັນຜົນປະໂຫຍດ ເພື່ອສ້າງເປັນກອງທຶນຊ່ວຍເຫຼືອ ແລະ ພັດທະນາວຽກງານຊາວໜຸ່ມຮາກຖານທົ່ວປະເທດຢ່າງຍືນຍົງ (ເປົ້າໝາຍໄລຍະຍາວ ຫຼັງສຳເລັດໂຄງສ້າງຫຼັກ).